Fleet Admin Officer
Valentis (Lao) Sole Company Limited
ຕໍາແໜ່ງວຽກ: ພະນັກງານຝ່າຍບໍລິການລູກຄ້າ ສະຖານທີ່: ນະຄອນຫຼວງວຽງຈັນ, ສປປ ລາວ ລາຍງານເຖິງ : ຜູ້ອໍານວຍການ ສະຫຼຸບໜ້າວຽກ: ພະນັກງານຝ່າຍບໍລິການລູກຄ້າ ມີຄວາມຮັບຜິດຊອບໃນການສະຫນອງການບໍລິການທີ່ດີເລີດໃຫ້ແກ່ລູກຄ້າ, ຮັບປະກັນການຈັດການຄໍາຮ້ອງຂໍໃນເລື່ອງການອໍເດີ້ການຂັບຂີ່, ຈັດການເລື່ອງການໃຫ້ຄໍາແນະນໍາ ແລະ ການສອບຖາມຈາກລູກຄ້າ ແລະ ຄົນຂັບໃຫ້ມີປະສິດທິພາບ. ເປັນຈຸດທໍາອິດຂອງການຕິດຕໍ່ສໍາລັບລູກຄ້າ ແລະ ຄົນຂັບ, ຮັບປະກັນຄວາມຕ້ອງການຂອງພວກເຂົາຖືກແກ້ໄຂທັນທີ, ເປັນມືອາຊີບ ແລະ ມີປະສິດຕິພາບສູງສຸດ. ນອກນັ້ນທ່ານຍັງຈະປະກອບສ່ວນໃນການຮັກສາຊື່ສຽງ ແລະ ຄຸນນະພາບຂອງການບໍລິການ, ຮັບປະກັນຄວາມພຶງພໍໃຈຂອງລູກຄ້າ ແລະ ຄວາມສັດຊື່. ຄວາມຮັບຜິດຊອບຫຼັກ: ຮັບຜິດຊອບໃນການຕອບສາຍໂທລະສັບ, ອີເມວ, ຂໍ້ຄວາມ ເພື່ອໃຫ້ການບໍລິການລູກຄ້າ. ແກ້ໄຂຄໍາຮ້ອງທຸກ ຫຼື ບັນຫາຂອງລູກຄ້າ ແລະ ຄົນຂັບໃນລັກສະນະທີ່ ເປັນມິດ, ມືອາຊີບ ແລະ ມີປະສິດທິພາບ, ຮັບປະກັນການແກ້ໄຂຢ່າງທັນເວລາເພື່ອຮັບປະກັນຄວາມພໍໃຈຂອງລູກຄ້າ ແລະ ຄົນຂັບ. ໃຫ້ຂໍ້ມູນທີ່ຖືກຕ້ອງກ່ຽວກັບການຄາດຄະເນຄ່າໂດຍສານ, ວິທີການຊໍາລະເງິນ, ແລະ ໂປຣໂມຊັນຕ່າງໆ. ປັບປຸງ ແລະ ຮັກສາບັນທຶກຂໍ້ມູນລູກຄ້າໃນຖານຂໍ້ມູນຂອງບໍລິສັດ. ຕິດຕາມກວດກາ ແລະ ຕິດຕາມສະຖານະການຂັບເຄື່ອນ, ຮັບປະກັນກວດເຊັກຄວາມຊັກຊ້າ, ການຍົກເລີກອໍເດີ, ຫຼື ການປ່ຽນແປງຕ່າງໆ ແມ່ນຕ້ອງຕິດຕໍ່ພົວພັນກັບລູກຄ້າຢ່າງມີປະສິດທິຜົນ. ຮັກສາລະດັບຄວາມຮູ້ກ່ຽວກັບການໃຫ້ບໍລິການ, ເສັ້ນທາງ, ແລະ ນະໂຍບາຍຂອງບໍລິສັດໃຫ້ຢູ່ລະດັບສູງຢູ່ສະເໝີ. ປະຕິບັດການ ແລະ ການຈັດການຕໍ່ກັບຄໍາຕໍານິຕິຊົມຂອງລູກຄ້າ, ສະຫນອງຄວາມເຂົ້າໃຈກັບທີມງານຄຸ້ມຄອງ ກ່ຽວກັບການປັບປຸງ ຫຼື ບັນຫາທີ່ເກີດຂຶ້ນຄືນເພື່ອໃຫ້ການບໍລິການມີປະສິດຕິພາບຍິ່ງຂຶ້ນ ຮັບປະກັນຄວາມປອດໄພ ແລະ ຄວາມພໍໃຈຂອງລູກຄ້າ ໂດຍການບັງຄັບໃຊ້ມາດຕະຖານ ແລະ ນະໂຍບາຍດ້ານຄວາມປອດໄພ ຂອງບໍລິສັດ. ອັບເດດກ່ຽວກັບແນວໂນ້ມຂອງທຸລະກິດ ແລະ ຄູ່ແຂ່ງຢູ່ສະເໝີ ເພື່ອສະເໜີການບໍລິການທີ່ດີກວ່າໃຫ້ແກ່ລູກຄ້າ. ຊ່ວຍເຫຼືອວຽກງານບໍລິຫານ ຫຼື ວຽກງານຊ່ວຍເຫຼືອລູກຄ້າຕາມຄວາມຕ້ອງການຂອງທີມງານ ຫຼື ຜູ້ບໍລິຫານ. ຄຸນນະສົມບັດທີ່ຕ້ອງການ: ຊັ້ນສູງ ຫຼື ປະລິນຍາຕີ ສາຂາບໍລິຫານທຸລະກິດ, ການຈັດການ ຫຼື ສາຂາທີ່ກ່ຽວຂ້ອງ. ປະສົບການດ້ານການບໍລິການລູກຄ້າ ແລະ ມີປະສົບການໃນການຄຸມທີມຢ່າງໜ້ອຍ 01 ປີ ໃນຕໍາແໜ່ງຫົວໜ້າທີມ. ພາສາສື່ສານອັງກິດ ແລະ ພາສາລາວໄດ້ຢ່າງຄ່ອງແຄ້ວ. ຄວາມສາມາດໃນການສື່ສານ ແລະ ການແກ້ໄຂບັນຫາທີ່ດີເລີດ. ຄວາມຊໍານານໃນການນໍາໃຊ້ລະບົບການບໍລິການລູກຄ້າ ແລະ ລະບົບ CRM. ຄວາມສາມາດໃນການເຮັດວຽກພາຍໃຕ້ຄວາມກົດດັນ ແລະ ຮັບມືກັບສະຖານະການທີ່ທ້າທາຍຢ່າງມີປະສິດທິພາບ. ທັກສະການວິເຄາະ ແລະ ການແກ້ໄຂບັນຫາ. ຄວາມສາມາດໃນການຈັດຕັ້ງ ແລະ ການຈັດການເວລາທີ່ດີເລີດ. ຄວາມຊໍານານໃນ Microsoft Office Suite ແລະ ຊອບແວທີ່ກ່ຽວຂ້ອງອື່ນໆ. ຂັ້ນຕອນການສະຫມັກວຽກ: ສົ່ງປະຫວັດຂອງທ່ານຜ່ານ E-mail: [email protected] ຫຼື ທີ່ຫ້ອງການຂອງພວກເຮົາທີ່ ອາຄານ ທະນາຄານຫວຽດຕິນ, ຊັ້ນ 7, ຖະໜົນລ້ານຊ້າງ, ບ້ານຫັດສະດີ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ສປປ ລາວ, ເຂົ້າໄປເບິ່ງຂໍ້ມູນເພີ່ມເຕີມ https://taximaxim.com . ຫມາຍເຫດ: ພວກເຮົາຂໍຂອບໃຈຜູ້ສະຫມັກທຸກທ່ານທີ່ໃຫ້ຄວາມສົນໃຈ , ຄໍາຮ້ອງສະຫມັກທັງຫມົດຈະຖືກທົບທວນຄືນ. ເຖິງຢ່າງໃດກໍຕາມ , ເນື່ອງຈາກຈໍານວນການສະຫມັກມີຈໍານວນຫຼາຍ , ດັ່ງນັ້ນ, ຈະມີພຽງແຕ່ຜູ້ສະຫມັກທີ່ຖືກຄັດເລືອກເຂົ້າສໍາພາດເທົ່ານັ້ນທີ່ຈະໄດ້ຮັບການຕິດຕໍ່ກັບ. Job Title: Customer Service Executive Location: Vientiane Capital, Lao PDR Reports To: Chief Executive Officer Job Summary: The Customer Service Executive is responsible for providing exceptional service to customers, ensuring smooth and efficient handling of ride requests, complaints, and inquiries. Act as the first point of contact for customers, ensuring their needs are addressed promptly, professionally, and effectively. You will also contribute to maintaining the reputation and quality of the service, ensuring customer satisfaction and loyalty. Key Responsibilities: Handle inbound and outbound calls, emails, and chats to assist customers with inquiries and resolve issues. Address customer and driver complaints or issues in a calm, friendly, and efficient manner, ensuring timely resolutions to guarantee customer and driver satisfaction. Provide accurate information on fare estimates, payment methods, and promotions. Update and maintain customer records in the company database. Monitor and track ride statuses, ensuring any delays, cancellations, or updates are communicated to customers effectively. Maintain a high level of knowledge about services, routes, and company policies. Process and manage customer feedback, providing insights to the management team on areas for improvement or recurring issues. Ensure customer safety and satisfaction by enforcing company standards and safety protocols. Stay up-to-date on industry trends and competitors to offer superior service to customers. Assist with other administrative duties or customer support tasks as required by the team or management. Job Requirements: Diploma degree or Bachelor’s degree in Business Administration, Management, or related field preferred. Proven experience in a customer service role, with at least 01 years. Fluent in English and Lao language. Excellent communication and problem-solving abili
ພາສາ
ບໍ່ໄດ້ລະບຸ
ລະດັບປະສົບການ
ຜູ້ບໍລິຫານ
ປະສົບການ (ປີ)
10+ ປີ
ການສຶກສາ
ບໍ່ໄດ້ລະບຸ
ປະເພດການຈ້າງງານ
Full-time
ຮູບແບບການເຮັດວຽກ
ປະຈຳບ່ອນ
ໄລຍະຈ່າຍ
/ ເດືອນ
ກຳນົດປິດຮັບສະໝັກ
ເປີດຮັບຈົນເຕັມ
ເຫດໃດເຈົ້າຈຶ່ງເໝາະ
AI ອະທິບາຍຄວາມເໝາະສົມຂອງເຈົ້າສຳລັບຕຳແໜ່ງນີ້.
Valentis (Lao) Sole Company Limited
Institut Pasteur du Laos
National Regulatory Authority for UXO/Mine Action Sector in Lao PDR